ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ແຂວງຄຳມ່ວນ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ

     ກອງບັນຊາການທະຫານແຂວງຄຳມ່ວນ ໄດ້ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ
1949-20 ມັງກອນ 2024) ແລະ ວັນສ້າງຕັ້ງກອງບັນຊາການທະຫານແຂວງຄຳມ່ວນ ຄົບຮອບ 65 ປີ ( 13 ກຸມພາ 1959-13 ກຸມ
ພາ 2024 ) ຂຶ້ນຢ່າງຄຶກຄື້ນ ແລະ ມີຄວາມໝາຍສຳຄັນ, ພິທີດັ່ງກ່າວ ແມ່ນໄດ້ຈັດຂຶ້ນໃນວັນທີ່ 13 ກຸມພາ 2024 ນີ້, ໂດຍການເປັນ
ປະທານຮ່ວມຂອງ ສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄຳມ່ວນ, ສະຫາຍ ພົນຕີ ວັນ
ທອງ ບຸດຕະວົງ ຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາທ່ານການນຳຂັ້ນແຂວງ,
ຕາງໜ້າກົມກອງກຳລັງຫຼວງ ແລະ ທ້ອງຖິ່ນ, ກອງບັນຊາການທະຫານເຂດ 4, ກອງບັນຊາການທະຫານແຂວງກວາງບິ່ງ, ຮ່າຕິ່ງ ສສ
ຫວຽດນາມ, ຄະນະພັກ-ຄະນະບັນຊາປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ນັກຮົບແຂ່ງຂັນ, ພະນັກງານປະຕິວັດອາວຸໂສບຳ
ນານ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ພະນັກງານລັດຖະກອນ, ນັກທຸລະກິດ ແລະ ມວນຊົນຊາວແຂວງຄຳມ່ວນ
ເຂົ້າຮ່ວມ.

     ໃນພິທີ ສະຫາຍ ພົນຈັດຕະວາ ສົມແຄນ ອັບປະສອນ ກຳມະການປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງ
ບັນຊາການທະຫານແຂວງຄຳມ່ວນ ໄດ້ຂຶ້ນຜ່ານຄຳສັ່ງປະຈຳວັນຂອງ ກະຊວງປ້ອງກັນປະເທດ, ຫຼັງຈາກນັ້ນ ສະຫາຍ ວັນໄຊ ພອງສະ
ຫວັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄຳມ່ວນ ກໍ່ໄດ້ກ່າວປາໄສໃນພິທີຄັ້ງນີ້ວ່າ: ໃນໂອກາດສະເຫຼີມສະຫຼອງວັນ
ສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ວັນສ້າງຕັ້ງກອງບັນຊາການທະຫານແຂວງ ຄົບຮອບ 65 ປີ ທີ່ໄດ້ຈັດຢູ່ແຂວງ
ຄຳມ່ວນ ໃນມື້ນີ້, ພວກເຮົາຂໍຈາລຶກ ແລະ ຮູ້ບຸນຄຸນຕໍ່ ປະທານ ໄກສອນ ພົມວິຫານ ທີ່ໄດ້ສ້າງຕັ້ງ ແລະ ຊຸບຫຼໍ່ກໍ່ສ້າງກອງທັບປະຊາ
ຊົນລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວມາເຖິງທຸກວັນນີ້, ພ້ອມນີ້ ກໍ່ຝາກຄວາມຊົມເຊີຍ, ຄວາມຢ້ຽມຢາມຖາມຂ່າວ, ຄວາມສາມັກ
ຄີຮັກແພງອັນອົບອຸ່ນໄປຍັງນາຍ ແລະ ພົນທະຫານ ທີ່ພວມປະຕິບັດໜ້າທີ່ຂອງຕົນຢູ່ບໍລິເວນຊາຍແດນ ແລະ ເຂດຫ່າງໄກສອກຫຼີກ,
ຜູ້ທີ່ພວມປິ່ນປົ່ວຢູ່ໂຮງໝໍ ຕະຫລອດເຖິງຄອບຄົວນາຍ ແລະ ພົນທະຫານ ທີ່ເສຍສະຫລະຊິວິດເພື່ອປະເທດຊາດ, ເພື່ອເອກະລາດ
ຂອງຊາດ ແລະ ເພື່ອຄວາມຢູ່ເຢັນເປັນສຸກຂອງປະຊາຊົນບັນດາເຜົ່າ, ພ້ອມທັງໄດ້ເລົ່າຄືນເຖິງມູນເຊື້ອຕົ້ນກຳເນີດ, ການເຕີບໃຫຍ່ຂະ
ຫຍາຍຕົວຂອງກອງທັບປະຊາຊົນລາວ ກໍ່ຄືປະຫວັດມູນເຊື້ອແຫ່ງການເຕີບໃຫຍ່ຂອງກຳລັງປະກອບອາວຸດຂອງກອງທັບ ທີ່ໄດ້ພ້ອມ
ກັບປະຊາຊົນລາວບັນດາເຜົ່າຕໍ່ສູ້ກູ້ຊາດ ໃນເມື່ອກ່ອນກໍ່ຄືການປະຕິບັດ 2 ໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ສ້າງສາພັດທະນາ
ປະເທດຊາດຢ່າງສົມກຽດ, ໂດຍໄດ້ຕັ້ງໜ້າເສີມຂະຫຍາຍມູນເຊື້ອອັນສະຫງ່າງາມອົງອາດກ້າຫານ ຂອງກອງທັບປະຊາຊົນລາວ, ຕະ
ຫຼອດ 75 ປີກອງທັບ ໄດ້ອອກແຮງປັບປຸງກໍ່ສ້າງກຳລັງປະກອບອາວຸດ ຂອງຕົນໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ກ້າວຂຶ້ນເປັນກອງທັບທີ່
ມີແບບແຜນທັນສະໄໝ, ເປັນເຈົ້າການແກ້ໄຂທຸກສະພາບການທີ່ຈະເກີດຂຶ້ນ, ເພື່ອເຮັດໃຫ້ປະເທດຊາດມີຄວາມສະຫງົບ, ສັງຄົມມີ
ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນໃນວັນທີ 2 ທັນວາ 1975 ກອງທັບ
ປະຊາຊົນລາວ ໄດ້ເອົາໃຈໃສ່ເພີ່ມທະວີການນໍາພາຂອງພັກ ໃຫ້ເປັນແກນນຳທຸກຂົງເຂດວຽກງານ, ພ້ອມທັງຈັດຕັ້ງພະນັກງານຫັນລົງ
ເຮັດວຽກກໍ່ສ້າງຮາກຖານການເມືອງ, ຊຸກຍູ້ປຸກລະດົມໃຫ້ປະຊາຊົນເຂົ້າຮ່ວມ, ເຮັດໃຫ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
ທົ່ວປວງຊົນຮອບດ້ານ, ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ສຶກສາອົບຮົມການເມືອງແນວຄິດໃຫ້ໝັກແໜ້ນ
ເຂັ້ມແຂງຢ່າງເລິກເຊິ່ງ, ສຸມໃສ່ຈັດຕັ້ງບຳລຸງ ແລະ ກໍ່ສ້າງພະນັກງານຂັ້ນນຳພາ-ບັນຊາ ແລະ ພະນັກງານວິຊາການຕ່າງໆ ໃນແຕ່ລະຂັ້ນ
ແຕ່ລະກົມກອງໃຫ້ມີຄວາມຮູ້, ຄວາມສາມາດ, ມີຫົວຄິດປະດິດສ້າງໃຫ້ສົມຄູ່ກັບຄວາມຮຽກຮ້ອງຕ້ອງການ ໂດຍຕິດພັນກັບໜ້າທີ່ການ
ເມືອງຂອງກອງທັບ ໄປພ້ອມກັບການປັບປຸງກໍ່ສ້າງກົມກອງໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ເອົາໃຈໃສ່ນຳພາ-ຊີ້ນຳກົມກອງ
ຂຸດຄົ້ນທ່າແຮງທີ່ບົ່ມຊ້ອນຂອງຕົນ ເພື່ອຊອກຫາແຫຼ່ງລາຍຮັບໃຫ້ກົມກອງ, ພ້ອມກັນນັ້ນກໍ່ໄດ້ເອົາໃຈໃສ່ ກໍ່ສ້າງພື້ນຖານໂຄງລ່າງທາງ
ດ້ານເສດຖະກິດ-ສັງຄົມຢ່າງມີຈຸດສຸມ ເພື່ອເປັນກຳລັງແຮງຊຸກດັນໃນການພັດທະນາກອງທັບ ແລະ ປະເທດຊາດ, ຈາກນັ້ນ ສະຫາຍ
ຍັງໄດ້ຍົກໃຫ້ເຫັນເຖິງມູນເຊື້ອ ແລະ ຜົນສໍາເລັດຫຼາຍດ້ານທີ່ກອງບັນຊາການທະຫານແຂວງຄໍາມ່ວນ ຍາດມາໄດ້ຕະຫຼອດໄລຍະ 65 ປີ
ຜ່ານມາ, ເຊິ່ງຄະນະພັກ-ຄະນະບັນຊາໃນແຕ່ລະລຸ້ນກໍ່ໄດ້ເອົາໃຈໃສ່ຕັ້ງໜ້າເຄື່ອນໄຫວປະຕິບັດໜ້າທີ່ການເມືອງທີ່ພັກ-ລັດ ແລະ ການຈັດ
ຕັ້ງຂັ້ນເທິງມອບໝາຍໃຫ້, ປະກອບສ່ວນເຂົ້າໃນການປະຕິບັດສອງໜ້າທີ່ຍຸດທະສາດຂອງພັກຄື: ປົກປັກຮັກສາ ແລະ ສ້າງສາພັດທະນາ
ປະເທດຊາດ ຕິດພັນກັບການເຄື່ອນໄຫວ ປັບປຸງກໍ່ສ້າງກົມກອງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26
ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ,
ປະຕິບັດແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດກົດລະບຽບຂອງກອງທັບ ແລະ ກົມກອງເຮັດໃຫ້ສະພາບການເມືອງ
ແນວຄິດຂອງພະນັກງານ ສະມາຊິກພັກ-ນັກຮົບ ມີຄວາມສະຫງົບ ເຊື່ອໝັ້ນຕໍ່ການນຳພາຂອງພັກ, ຮັບປະກັນເຮັດໃຫ້ການປັບປຸງກໍ່ສ້າງ
ອົງການຈັດຕັ້ງພັກມີຄວາມໜັກແໜ້ນທັງ 4 ດ້ານຄື: ດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ ແລະ ແບບແຜນການນຳພາຈົນ
ສາມາດເຮັດໃຫ້ແຂວງຄໍາມ່ວນມີສະຖຽນລະພາບທາງດ້ານການເມືອງສັງຄົມມີຄວາມສະຫງົບໂດຍຟື້ນຖານ. ເສດຖະກິດ-ສັງຄົມ ກໍ່ໄດ້
ຮັບການຂະຫຍາຍຕົວຂຶ້ນມາເປັນກ້າວໆ.

     ໂອກາດທີ່ມີຄວາມໝາຍ ຄວາມສຳຄັນນີ້ ຍັງໄດ້ມອບຫຼຽນໄຊແຮງງານ ຊັ້ນ II 5 ສະຫາຍ, ຊັ້ນ III 14 ສະຫາຍ, ໃຫ້ຜູ້ທີ່ມີຜົນງານ
ດີເດັ່ນທີ່ໄດ້ປະກອບສ່ວນເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນໜ້າທີ່ວຽກງານໃນຕະຫຼອດໄລຍະຜ່ານມາ, ພ້ອມທັງມອບກະຕ່າດອກໄມ້
ໃຫ້ນັກຮົບແຂ່ງຂັນ ຈຳນວນ 2 ສະຫາຍ ເພື່ອເປັນທີ່ລະນຶກອີກດ້ວຍ, ພ້ອມນັ້ນ ບັນດາຜູ້ເຂົ້າຮ່ວມຍັງໄດ້ຮັບຊົມການສະແດງສິລະປະວັນ
ນະຄະດີ ຈາກໜ່ວຍສິລະປະສະໝັກຫຼິ້ນກອງບັນຊາການທະຫານແຂວງ, ຊົມການເດີນສວນສະໜາມຈາກບັນດາກ້ອນກຳລັງຕ່າງໆຈຳ
ນວນ 10 ກ້ອນກຳລັງ, ຊົມການສະແດງສິນລະປະຍຸດ-ຍຸດທະວິທີ ການປ້ອງກັນຕົວຂອງເຫຼົ່າຮົບຕີພິເສດ 299 ຈໍານວນ 3 ລາຍການ,
ກອງຮ້ອຍສືບຂ່າວ ຈຳນວນ 2 ລາຍການ ແລະ ຊົມການສະແດງໂດດຈ້ອງ ຈາກເຫຼົ່າຮົບທະຫານອາກາດ ກອງພັນໃຫຍ່ 703 ຕື່ມອີກ.

ແຫຼ່ງຂ່າວໂດຍ ເກດມະນີ ສຸວັນນະລາດ
ວັນທີ 15/02/2024